ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງທັບ​ຮົງ​ກາ​ຣີ​ ຈັດ​ຊື້​ອາວຸດ​ ຍຸດ​ໂທ​ປະກອນ​ຈາກ​ເຢຍ​ລະ​ມັນ


     ກອງທັບ ​ຣົງ​ກາ​ຣີ​ ໄດ້​ສັ່ງ​ຈັດ​ຊື້​ລົດ​ຫຸ້ມ​ເກາະ​ຕີນ​ເຫຼັກ​ຮຸ້ນ Lynx ຈຳນວນ 209 ຄັນ, ​ລົດ​ຫຸ້ມ​ເກາະ​ຕີນ​ເຫຼັກ​ກອບ​ກູ້​ສ້ອມ​ແປງ​ຮຸ້ນ
Bffel ARV ຈຳນວນ 8 ຄັນ, ລົດ​ຫຸ້ມ​ເກາະ​ຕີນ​ເຫຼັກ​ຈັດ​ວາງ​ຂົວ​ຮຸ້ນ AVLB (Armoured Vehicle-Launched Bridge) ຈຳ
ນວນ 9 ຄັນ ແລະ ລົດ​ບັນທຸກ​ພົນ ແລະ ລູກ​ກະ​ສູນ​ຈຳນວນ 16 ຄັນ, ເຄື່ອງມື​ຈຳລອງ​ໃນ​ການ​ເຝິກ, ການ​ເຝິກ, ການ​ຈັດ​ສົ່ງ​ເຄື່ອງ​ອະ
ໄຫຼ່​ໃນ​ເບື້ອງ​ຕົ້ນ ແລະ ການ​ສະໜັບສະໜູນ​ການ​ສ້ອມ​ແປງ ໃນ​ຂໍ້​ຕົກລົງ​ດັ່ງກ່າວ​ລວມ​ມູນ​ຄ່າ​ຫຼາຍ​ກວ່າ 1,97 ຕື້​ໂດ​ລາ​ສະຫະລັດ ອີງ
​ຕາມ​ການ​ລາຍ​ງານ​ຂອງພາກສ່ວນ​ກ່ຽວຂ້ອງ​ຂອງ​ກອງທັບ​ຮົງ​ກາ​ຣີ​ ລະບຸ​ວ່າ: ຕາມ​ແຜນການ​ສັ່ງ​ຊື້​ອາວຸດ​ຍຸດ​ໂທ​ປະກອນ​ຈຳນວນ​ຫຼາຍ
​ຈາກ​ຕ່າງປະເທດ​ຂອງ​ກອງທັບ​ຮົງ​ກາ​ຣີ​ ນັ້ນ​ກໍ​ເພື່ອ​ຈະ​ນຳ​ໃຊ້​ເຂົ້າ​ໃນ​ປະຕິບັດ​ການ​ປົກ​ປ້ອງ​ປະເທດ ​ເປັນຕົ້ນ​ການ​ລາດຕະເວນ​ຕາມ​ເຂດ​
ຊາຍ​ແດນ, ການ​ຊ້ອມ​ຮົບ​ເພື່ອ​ກຽມ​ຄວາມ​ພ້ອມ​ຕະຫຼອດ​ເວລາ​ຂອງ​ກອງທັບ, ຕໍ່ຕ້ານ​ໄພ​ຄຸກ​ຄາມ​ຈາກ​ປະເທດ​ອື່ນໆ​ທີ່​ຈະ​ມາ​ຮຸກ​ຮານ.
ອີກ​ຢ່າງ​ໜຶ່ງ​ການ​ສັ່ງ​ຊື້​ອາວຸດ​ຍຸດ​ໂທ​ປະກອນ ​ເຂົ້າ​ໃນ​ກອງທັບ​ຄັ້ງ​ດັ່ງກ່າວ​ນີ້ ເຊື່ອ​ວ່າ​ຈະ​ສາມາດ​ເພີ່ມ​ສັກກະ​ຍາ​ພາບ​ໃຫ້​ແກ່​ກອງທັບ ​ຮົງ
ກາລີ​ ບໍ​ຫຼາຍ​ກໍ​ໜ້ອຍ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 08/04/2024